July 2024 - ເວບໄຊ 3 COLUNM ແບບມາດຕະຖານ
ແຟ້ມສະສົມຜົນງານຄູສອນໃຮຮູບແບບ Online Platform

Friday, July 5, 2024

ພະແນກສາທາລະນະສຸກແຂວງມອບເງິນຊ່ວຍເຫຼືອຫ້ອງການສາທາລະນະສຸກເມືອງຄອບທີ່ຖືກນ້ຳຖ້ວມ.

July 05, 2024 0

    ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມຢ່າງຮ້າຍແຮງ ຢູ່ທີ່ເມືອງຄອບ ແຂວງໄຊຍະບູລີ ທີ່ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ຊີວິດ, ຊັບສິນຂອງລັດ ແລະ ປະຊາຊົນ ສະນັ້ນເພື່ອໃຫ້ສາມາດກັບຄືນສູ່ການດຳລົງຊີວິດສະພາບປົກກະຕິໂດຍໄວ. ໃນຕອນເຊົ້າຂອງວັນທີ 6 ກັນຍາ 2024ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກ ເມືອງຄອບ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງຊຽງຮ່ອນ ໄດ້ມາມອບເຄື່ອງ ແລະ ເງິນສົດຊ່ວຍເຫຼືອໃຫ້ແກ່ຫ້ອງການສາທາລະນະສຸກເມືອງຄອບ ຈໍານວນ 71,769,120 ກີບ, ໃນນັ້ນ ມີຢາ, ອຸປະກອນການແພດ 20 ລາຍການ ແລະ ເຄື່ອງໃຊ້ຫ້ອງການ ມູນຄ່າ 56,099,120 ກີບ, ມອບເງິນສົດຈຳນວນ 15,670,000 ກີບ ເຊິ່ງຈໍານວນເງິນດັ່ງກ່າວແມ່ນໄດ້ຈາກ ພະແນກສາທາລະນະສຸກແຂວງ 4,190,000 ກີບ, ຫ້ອງການສາທາລະນະສຸກເມືອງ ໄຊຍະບູລີ 1,000,000 ກີບ, ເມືອງເງິນ 2,000,000 ກີບ, ເມືອງຊຽງຮ່ອນ 1,000,000 ກີບ ແລະ ອຸປະກອນໃຊ້ຫ້ອງການ ຈໍານວນ 7,500,000 ກີບ, ເມືອງໄຊສະຖານ 1,120,000 ກີບ, ເມືອງພຽງ 2,860,000 ກີບ, ເມືອງປາກລາຍ 1,500,000 ກີບ ແລະ ເມືອງຫົງສາ 2,000,000 ກີບ. ໂດຍກ່າວຮັບຂອງທ່ານ ດຣ ສານ ພິລາກອນ ກໍາມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພະນັກງານແພດໝໍ ເຂົ້າຮ່ວມ.
     To contribute to helping those affected by the severe flood disaster In Khop District, Xayaburi Province, which has had a serious impact on lives, state property and people, so that normal life can be returned to as soon as possible. On the morning of September 6, 2024, at the meeting room of the Khop District Health Office, Dr. Kayasone Sida, Provincial Party Committee member, Head of the Provincial Health Department and Xieng Hon District Health Office, presented goods and cash assistance to the Khop District Health Office amounting to 71,769,120 kip, including 20 items of medicine, medical equipment and office supplies worth 56,099,120 kip, and cash assistance of 15,670,000 kip. The amount was provided by the Provincial Health Department 4,190,000 kip, Xayaboury District Health Office 1,000,000 kip, Nghe An District 2,000,000 kip, Xieng Hon District 1,000,000 kip, and office supplies of 7,500,000 kip, Xaysthan District 1,120,000 kip, and Pyongyang District. 2,860,000 kip, Pak Lai District 1,500,000 kip and Hongsa District 2,000,000 kip. The ceremony was attended by Dr. San Philakorn, District Party Committee member and Head of the District Health Office, along with medical staff.













Read More

ເອກະສານການເຂົ້າຮ່ວມປະຊຸມວຽກງານການຄຸ້ມຄອງສະຖາບັນອາຊີວະສຶກສາຢູ່ປະເທດອິນໂດເນເຊຍ,ລາວ,ຫວຽດນາມທີ່ນະຄອນຫຼວງວຽງຈັນໃນຄັ້ງວັນທີ 1-5 ເມສາ ປີ 2013

July 05, 2024 0

 

ເອກະສານການເຂົ້າຮ່ວມປະຊຸມວຽກງານການຄຸ້ມຄອງສະຖາບັນອາຊີວະສຶກສາຢູ່ປະເທດອິນໂດເນເຊຍ,ລາວ,ຫວຽດນາມທີ່ນະຄອນຫຼວງວຽງຈັນໃນຄັ້ງວັນທີ 1-5 ເມສາ ປີ 2013



Read More

ຊີວະປະຫວັດຂອງຄູສອນ ທ່ານ ທອງດີ ເນົາວັນເພັງ

July 05, 2024 0


ຊີວະປະຫວັດຂອງຄູສອນ ທ່ານ ທອງດີ ເນົາວັນເພັງ












Read More

National Workshop on: Knowledge Transfer of Regional Project Identification Held at : Academy Hotel ,Vangvieng District, Vientiane Province October 5-6,2023

July 05, 2024 0

National Workshop on: Knowledge Transfer of Regional Project Identification Held at : Academy Hotel ,Vangvieng District, Vientiane Province October 5-6,2023 






Read More